• ຈຸດປະສົງ – ຖືກນໍາໃຊ້ເພື່ອໃຫ້ບັນລຸຈຸດປະສົງການຮຽນຮູ້ສະເພາະໃດໜຶ່ງ ທີ່ເປັນໂຄງສ້າງ/ລະບົບ – ໃຫ້ປະຕິບັດຕາມບາດກ້າວ ຊຶ່ງແຕ່ລະບາດກ້າວ
    ເນັ້ນໜັກການມີສ່ວນຮ່ວມຢ່າງຕັ້ງໜ້າ ແລະ ການຮຽນຮູ້ຜ່ານປະສົບການ.
  • ການຮຽນຮູ້ – ກະຕຸກຊຸກຍູ້ໃນແຕ່ລະບາດກ້າວ ຊຶ່ງເອີ້ນວ່າ: ຂະບວນການ ຂອງປະສົບການ ຫຼື ເວົ້າໄດ້ວ່າມັນຄືກັບ “ເກມຊີວິດ”
  • ປະສົບການ:
    • ນຳໃຊ້ປະສົບການທີ່ຜ່ານມາ (ກໍລະນີສຶກສາ)
    • ໃຫ້ຜູ້ເຂົ້າຮ່ວມຮຽນຮູ້ປະສົບການໃໝ່ (ທັດສະນະສຶກສາ)
    • ການລວມກັນລະຫວ່າງປະສົບການທີ່ຜ່ານມາ ແລະ ສ້າງສັນສິ່ງໃໝ່ (ການຫຼີ້ນບົດບາດສົມມຸດ)
  • ໃນທາງຈັດຕັ້ງປະຕິບັດ: ການສ້າງສັນສິ່ງໃໝ່, ປັບປຸງສິ່ງທີ່ມີແລ້ວ ແລະ ການຈັດ ‘ການຮຽນຜ່ານປະສົບການທີ່ເປັນລະບົບ’, ຄູຝຶກຕ້ອງໄດ້ສັງລວມ ບັນດາທິດສະດີທີ່ກ່ຽວຂ້ອງ ແລະ ແປທິດສະດີເຫຼົ່ານັ້ນໄປສູ່ການປະຕິບັດ
  • ມັນເກີດຂຶ້ນເມື່ອ ໃຜຜູ້ໜຶ່ງມີຄວາມເອົາໃຈໃສ່ຕໍ່ກິດຈະກຳທີ່ຕົນເຂ້ົາຮ່ວມ,
  • ມີການທົບທວນຄືນກິດຈະກຳທີ່ໄດ້ເຮັດໄປຢ່າງມີເຫດມີຜົນ, ສາມາດວິເຄາະ ໃຫ້ເຫັນເນື້ອໃນສຳຄັນ ແລະສາມາດນຳໃຊ້ຜົນທີ່ໄດ້ຮັບນັ້ນເພື່ອການປ່ຽນແປງພຶດຕິກຳຂອງຕົນເອງ.
  • ໃນຊີວິດປະຈຳວັນຂອງເຮົາ – ຊຶ່ງເຮົາເອີ້ນວ່າ “ການຄິດແບບອຸປະໄນ” ເລີ່ມ ຈາກການສັງເກດເພື່ອວິເຄາະເຖິງຄວາມສຳພັນທີ່ກ່ຽວຂ້ອງກັບຊີວິດ.
  • ການຄິດແບບນິຣະໄນ – ເລີ່ມຈາກການນຳໃຊ້ຄວາມຮູ້ ແລະຂໍ້ມູນທີ່ມີແລ້ວ ເພື່ອທີ່ຈະເຂົ້າໃຈ ຫຼື ສ້າງເປັນແນວຄິດກ່ຽວກັບສິ່ງໃດໜຶ່ງໃນຊີວິດ

ໃນທິດສະດີການຮຽນຮູ້ຂອງທ່ານ ໂກນບ ປະສົບການທີ່ເກີດຂຶ້ນທັນທີທັນໃດກໍ່ໃຫ້
ເກີດພື້ນຖານໃນການສັງເກດການ ແລະ ການສະທ້ອນຄືນ ເຊິ່ງການສະທ້ອນຄືນ ເຫຼົ່ານີ້ຈະກາຍເປັນ (ການຊຶມຊັບ ແລະ ປ່ຽນເປັນ) ແນວຄວາມຄິດທີ່ເປັນຮູບປະທຳ ຜະລິດເປັນສິ່ງໃໝ່ ເພື່ອການປະຕິບັດງານ. ຈາກນັ້ນຄົນເຮົາສາມາດທົດສອບສິ່ງ ເຫຼົ່ານັ້ນ ດ້ວຍຄວາມເອົາໃຈໃສ່ ເພື່ອສ້າງເປັນປະສົບການໃໝ່.
ທ່ານໂກນບເວົ້າວ່າຂະບວນການເຫຼົ່ານີ້ ໄດ້ນຳສະເໜີວົງຈອນການຮຽນຮູ້ໜຶ່ງອັນ ປະກອບດ້ວຍປະສົບການ, ການທົບທວນຄືນ, ການຄົ້ນຄິດ ແລະ ການປະຕິບັດ.

LEAVE A REPLY

Please enter your comment!
Please enter your name here