ໃນຂັ້ນຕອນນີ້ຜູ້ເຂົ້າຝຶກອົບຮົມສົນທະນາ ແລະ ຈຳແນກຂໍ້ມູນຂ່າວສານທີ່ພວກເຂົາ ໄດ້ມາຈາກຂັ້ນ ຕອນທີ 1. ກ່ອນອື່ນໝົດ, ພວກເຂົາຕ້ອງໄດ້ວິເຄາະປະສົບການ ເຫຼົ່ານັ້ນ. ຈາກນັ້ນ, ພວກເຂົານຳໃຊ້ຂໍ້ມູນທີ່ໄດ້ເພື່ອສ້າງເປັນບັນຫາຫຼັກໃນເນື້ອໃນທີ່ຕ້ອງການໃນບາດກ້າວຕໍ່ໄປ.

ເຕັກນິກທີ່ນຳໃຊ້ໃນຂັ້ນຕອນນີ້ ຄວນປະກອບມີດັ່ງນີ້:

  • ການສົນທະນາກຸ່ມຍ່ອຍ
  • ການສົນທະນາບັນຫາໂດຍທົ່ວໄປ
  • ການນຳສະເໜີຂອງຜູ້ເຂົ້າຮ່ວມ
  • ການລາຍງານຂອງແຕ່ລະກຸ່ມຍ່ອຍ

ບົດບາດຂອງຄູຝຶກ

ບົດບາດຂອງຄູຝຶກໃນຂັ້ນຕອນທີ 2 ນີ້ແມ່ນເປັນຜູ້ຊ່ວຍໃຫ້ຜູ້ຮຽນໃນການທົບທວນ
ຄືນສິ່ງທີ່ເກີດຂຶ້ນໃນ ຂັ້ນຕອນທີ 1 ນີ້ໝາຍຄວາມວ່າຜູ້ຮຽນຕ້ອງສຸມໃສ່ຄົ້ນຄວ້າ    ດ້ວຍຄວາມຕັ້ງໃຈໂດຍອີງຕາມປະສົບການຂອງແຕ່ລະຄົນພາຍໃນກຸ່ມ. ພວກເຂົາ ຕ້ອງເຂົ້າໃຈ ແລະທົບທວນຄືນກ່ຽວກັບສິ່ງນັ້ນ. ຄູຝຶກຕ້ອງມີຄວາມໝັ້ນໃຈວ່າຫົວໃຈ ທີ່ສຳຄັນທີ່ສຸດຂອງປະສົບການຈະບໍ່ໄດ້ຖືກລະເລີຍ ຫຼື ເບິ່ງຂ້າມ. ວິທີທີ່ງ່າຍ ແລະ
ມີປະສິດທິພາບ ເພື່ອຊ່ວຍໃຫ້ຜູ້ຮຽນເຂົ້າໃຈປະສົບການແມ່ນການຖາມພວກເຂົາວ່າ
ມີຫຍັງເກີດຂຶ້ນ ແລະ ພວກເຂົາຄິດກ່ຽວກັບສິ່ງນັ້ນແນວໃດ.

ຂັ້ນຕອນທີ 2: ແມ່ນຂະບວນການແລກປ່ຽນແນວຄິດ ແລະ ປະສົບການລະຫວ່າງ ຜູ້ເຂົ້າຮ່ວມ ຄູຝຶກຄວນຖາມຄຳຖາມເພື່ອຊ່ວຍໃຫ້ຂະບວນການຮຽນເກີດຂຶ້ນປະກອບມີດັ່ງນີ້:

ເກີດຫຍັງຂຶ້ນ

  • ທ່ານຮູ້ສຶກແນວໃດເມື່ອ……?
  • ຄົນອື່ນຮູ້ສຶກແນວໃດເມື່ອ………..?
  • ທ່ານສຳນຶກເຖິງຫຍັງເມື່ອ………..?
  • ຄວາມສຳນຶກຂອງທ່ານກ່ຽວກັບປະສົບການເຫຼົ່ານັ້ນມີຫຍັງແດ່?
  • ຄົນອື່ນໆຮູ້ສຶກຄືກັບບໍ?
  • ທ່ານເຫັນດີ ຫຼື ບໍ່ເຫັນດີຕໍ່ສິ່ງທີ່ສະມາຊິກທ່ານອື່ນເວົ້າບໍ? ເປັນຫຍັງຈິ່ງເປັນແນວນັ້ນ-ຊ່ວຍອະທິບາຍແດ່?
  • ມີໃຜມີຫຍັງທີ່ຈະເພີ່ມເຕີມອິກບໍ?
  • ມີສິ່ງໃດແດ່ທີ່ເຮັດໃຫ້ທ່ານຕື່ນເຕັ້ນໃຈ? ເປັນຫຍັງຈິ່ງເປັນແນວນັ້ນ ຫຼື ເປັນຫຍັງຈິ່ງບໍ່ເປັນແນວນັ້ນ?

LEAVE A REPLY

Please enter your comment!
Please enter your name here